MUAN Logo
Contact Us

ຜົນງານຜ່ານມາຂອງພວກເຮົາ

MUAN AWARDS 2024
ງານ Muan Awards 2024 ໂດຍ Muan ເປັນງານບຸກເບີກເພື່ອສະເຫຼີມສະຫຼອງສຳລັບແວດວົງຄວາມຄິດສ້າງສັນຂອງປະເທດລາວ ແລະ ເປັນພື້ນທີ່ເພື່ອສ້າງການຮັບຮູ້ແກ່ຜູ້ສ້າງເນື້ອຫາ ແລະ ສິລະປິນດິຈິຕອລທີ່ໂດດເດັ່ນ. ດ້ວຍ 15 ປະເພດລາງວັນ, ງານດັ່ງກ່າວໄດ້ໃຫ້ກຽດແກ່ພອນສະຫວັນຂອງເຂົາເຈົ້າ ທີ່ກຳລັງສ້າງພູມີທັດຂອງອຸດສາຫະກຳສ້າງສັນໃນປະເທດ. ງານຄັ້ງນີ້ ຈັດຂຶ້ນທີ່ Holiday Inn & Suites Vientiane ເມື່ອວັນທີ 10 ພະຈິກ 2024, ຄໍ່າຄືນດັ່ງກ່າວໄດ້ເຕົ້າໂຮມຜູ້ທີ່ມີວິໄສທັດຈາກແວດວົງການຕະຫຼາດ, ການບັນເທີງ ແລະ ແພລດຟອມດິຈິຕອລຫຼາຍກວ່າ 450 ຄົນ. ງານ Muan Awards ບໍ່ພຽງແຕ່ເປັນພິທີມອບລາງວັນເທົ່ານັ້ນ, ແຕ່ຍັງເປັນຕົວແທນຂອງ ພະລັງແຫ່ງຄວາມຄິດສ້າງສັນ, ຊຸກຍູ້ແຮງບັນດານໃຈໃຫ້ຄົນຮຸ່ນໃໝ່ສືບຕໍ່ປະດິດສ້າງ ແລະ ເກັ່ງກ້າໃນການເລົ່າເລື່ອງແບບດິຈິຕອລ.

ຄະນະກຳມະການປີ 2024

The 2024 Panel of Judges

ຜູ້ໄດ້ຮັບລາງວັນປີ 2024

Meet The 2024 Winners



Muan
instagram-new
Muan
Muan
youtube-play
Muan
Copyright © 2017-2025 BIZGITAL Co., Ltd. All rights reserved.